Laos : ແຫ່ພຣະບາງ ພຮະຄູ່ບ້ານຄູ່ເມືອງຊາວລາວເຮົາ | พิธีอัญเชิญพระบาง ประเพณีลาว .

Поделиться
HTML-код
  • Опубликовано: 16 апр 2025
  • #lao #travel #luangphabang
    ປະຫວັດພຣະບາງ ພຣະພຸດທະຮູບຄູ່ບ້ານຄູ່ເມຶອງລາວ (ຫຍໍ້)
    ເນື່ອງຈາກຕອນເຊົ້າ ເວລາ 08:00 ໂມງ ວັນທີ 17 ເມສາ 2025 ໄດ້ອັນເຊີນພຣະພຸທທະລາວັນ ( ພຣະບາງ ) ລົງຈາກແທ່ນ ເພື່ອແຫ່ແຫນໄປປະທັບທີ່ຫໍສົງພຣະບາງ ທີ່ວັດໃຫມ່ ສຸວັນນະພູມມາຣາມ ນະຄອນຫລວງພຣະບາງ ເຊິ່ງບັນດາພຣະເຖຣະຈາກວັດຕ່າງໆຈະເຂົ້າຮ່ວມອະຣາດທະນາ
    “ພຣະບາງ” ແມ່ນພຣະພຸທະຮູບອົງສັກສິດ, ເປັນປູຊະນີຍະສະຖານວັດຖຸເກົ່າແກ່ ແລະ ເປັນຂອງຄ້ຳຄູນບ້ານຄູ່ເມືອງ ລາວ, ເປັນພຣະພຸດທະຮູບ ທີ່ປະຊາຊົນພົນລະເມືອງລາວ ເຄົາລົບນົບໄຫ້ວສັກກະລະບູຊາ ດ້ວຍຈິດໃຈອັນເຫລື້ມໃສສັດ ທາຢ່າງແຮງກ້າ, ມາເປັນເວລາຊ້ານານ.
    ເຊິ່ງນັບແຕ່ພຣະພຸດທະຮູບອົງນີ້ ໄດ້ຖືກນຳມາປະດິດສະຖານຕັ້ງຫມັ້ນໄວ້ພ້ອມ ກັບພຣະພຸດທະສາສະຫນາ ຢູ່ໃນພື້ນແຜ່ນດິນລາວລ້ານຊ້າງ (ປະເທດລາວ) ໃນສະໄຫມຣາຊາ ການແຜ່ນດິນຂອງພຣະ ຍາຟ້າງຸ່ມ ແຫລ່ງຫລ້າທໍລະນີເປັນຕົ້ນມາ.
    - ອີງຕາມຕຳນານພຣະບາງ ໄດ້ກ່າວວ່າ: “ພຣະບາງ” ໄດ້ຖືກຫລໍ່ຫວອມຂື້ນຢູ່ເກາະລັງກາທະວີບ (ປະເທດ ສີລັງ ກາ), ນັບແຕ່ພຣະສຳມາສຳພຸດທະເຈົ້າບໍຣົມຄຣູຂອງເຮົາໄດ້ສະເດັດດັບຂັນເຂົ້າສູ່ປະຣິນິພານ ເຫີງນານມາໄດ້ 43 ປີ (ປັດຈຸບັນ ພສ 2567) ໂດຍແມ່ນພຣະອໍລະຫັນຕາອົງດີວີເສດຕົນຫນຶ່ງ ຊຶ່ງມີພຣະນາມວ່າ: ພຣະຈຸຣະນາຄະເຖຣະ, ອົງເປັນປະທານ ຝ່າຍຄະນະສົງໃນການຫລໍ່ພຣະພຸດທະຣູບເຈົ້າອົງນີ້, ເພຶ່ອຫວັງຈະໃຫ້ພຣະພຸດທະສາສະຫນາດຳລົງຄົງຢູ່ຕະ ຫລອດໄປ.
    ກ່ອນທີ່ຈະຫລໍ່ພຣະພຸດທະຮູບອົງນີ້, ເພິ່ນໄດ້ພາກັນເອົາໂລຫະທາດຄຳ, ເງີນ ແລະ ທອງ ມາປະສົມ ຫລອມເຂົ້າກັນ ເມຶ່ອຫລໍ່ຫລອມພຣະພຸດທະຮູບອົງນີ້ສຳເລັດສົມບູນແລັວ, ເຖິງເວລາກະທຳການ ພຸດທະພິເສກນັ້ນ ພຣະຈຸຣະນາຄະເຖຣະ ໄດ້ຕັ້ງຈິດອະຖານອຫງເຊີນເອົາພຣະສາລີກະທາດ (ກະດູກຂອງພຣະພຸດທະເຈົ້າ) ຈົ່ງສະ ເດັດເຂົ້າສິງຢູ່ໃນຮ່າງກາຍຂອງ ພຣະພຸດທະຮູບເຈົ້າອົງນີ້, ໃນທີ່ແຫ່ງຄື: ທາດພຣະອົງ 1 ສະເດັດເຂົ້າຢູ່ໃນ ພຣະ ນາຣາດ (ຫນ້າຜາກ), ທາດພຣະພຸດທະຮູບອົງນີ້ເປັນພຣະພຸດທະຮູບຢືນພຣະຫັດຖາ(ມື) ທັງສອງເບຶ້ອງຍົກໄວ້ພຽງ ພຣະອຸຣາ (ຫນ້າເອິກ), ແບຝາພຣະຫັດຖາ(ມື) ທັງສອງໄປທາງເບຶ້ອງຫນ້າອັນເປັນກິລິຍາທ່າທາງຫ້າມຍາດ.
    ນັບແຕ່ນັ້ນມາ “ພຣະບາງ” ໄດ້ຖືກສ້າງຂື້ນມາເປັນພຣະພຸດທະຮູບທອງຄຳ ທີ່ມີສັນຖານອາການ ເຫມືອນ “ພຣະປາງຫ້າມຍາດ” ນັ້ນແລ້ວກໍ່ເປັນທີ່ເຄົາລົບນົບໄຫ້ວ ແລະ ສັກກະລະບູຊາ ເປັນສີລິຄ້ຳຄູນແກ່ຊາວ ພຸດທັງຫລາຍຢູ່ໃນລັງກາທະວີບເປັນເວລາດົນນານເຖິງ963 ປີ. ມາຣອດປີ ພຸດທະສັກກະຣາດ 1400, ດ້ວຍສັດທາອັນເຫລື້ອມໃສຍິ່ງຫນັກ ແລະ ດ້ວຍຄວາມວິງວອນ ຢ່າງແຮງກ້າຂອງເຈົ້າຊີວິດຂະເຫມນ (ປະເທດສີລັງກາ) ຈິ່ງໄດ້ຍິນດີຕົກລົງມອບ “ພຣະບາງ” ໃຫ້ແກ່ຄະນະທູດ ນຳໄປຖວາຍແດ່ເຈົ້າຊີວິດຂະເຫມນເຊິ່ງເປັນຜູ້ພຣະສະຫາຍຮັກແພງກັນ. “ພຣະບາງ” ໄດ້ສະທິດຢູ່ໃນພຣະວິຫານກາງນະຄອນຫລວງອິນທະປັດຖາ ເປັນເວລາເຫິງນານເຖິງ 502 ປີ, ຄືມາຮອດປີ ຄສ1359, ພສ 1902, ຈຸຮະສັກກະຣາດ 721, ໃນສະໄຫມຣາຊະການຂອງພະຍາຟ້າງຸ່ມ, ພະ ເຈົ້າປະຣະມັດຖະຂະເມະຣາ, ເຈົ້າຊີວິດແຜ່ນດິນຂະເຫມນອົງເປັນພະສັດສະສຸຣະ (ພໍ່ຂອງພະຍາຟ້າງຸ່ມ) ຈຶ່ງໄດ້ ມອບພຣະພຸດທະຮູບທອງຄຳອົງຫນຶ່ງຄື: “ພຣະບາງ” ໃຫ້ແກ່ພະຍາຟ້າງຸ່ມ (ພະບຸດເຂີຍ) ພ້ອມທັງນຳເອົາພຣະ ພຸດທະສາສະຫນາເຂົ້າມາຝັງຮາກຢູ່ໃນນະຄອນຊຽງທອງ, ຕາມຄວາມກາບທູນຂອງພະຍາຟ້າງຸ່ມ ແລະ ນາງ ແກ້ວເກງຍາລູກສາວຂອງເຈົ້າຊີວິດຂະເຫມນເຊິ່ງເປັນອັກຄະມະເຫສີ (ເມຍຂອງພະຍາຟ້າງຸ່ມ) ເພຶ່ອຈັກໃຫ້ເປັນ ທີ່ອຸປະຖາກສັກກະລະບູຊາກາບໄຫ້ວ ແລະ ເປັນສີລິມຸງຄຸນຄ້ຳຄູນແກ່ປວງຊົນທັງຫລາຍ ໃຫ້ໄປຄຽງຄູ່ກັບ ພຣະ ພຸດທະສາສະຫນາອັນເປັນຈັກວັດທະນະຖາວອນເມືອຫນ້າໃນແຜ່ນດິນລາວລ້ານຊ້າງສືບຕໍ່ໄປ.
    ຄະນະສະມະນະທູດເຊິ່ງນຳໂດຍພຣະມະຫາປາສະມັນຜູ້ທີ່ໄດ້ເຄີຍຊຸບລ້ຽງພະຍາຟ້າງຸ່ມມາແຕ່ອາດີດນັ້ນ, ເປັນປະທານນຳຂະບວນບໍລິວານທັງຫລາຍຍົກພົນອອກມາຈາກຂະເຫມນຂື້ນມາຕາມແລວທາງພາກໃຕ້ຂອງລາວ, ເມຶ່ອຂະບວນແຫ່ “ພຣະບາງ” ໄດ້ເດີນທາງມາເຖິງເມືອງວຽງຄຳ (ເມືອງທຸລະຄົມ ແຂວງວຽງຈັນປະຈຸບັນ) ພະ ຍາເພົາເຈົ້າເມືອງວຽງຄຳ ພ້ອມດ້ວຍຊາວເມືອງ ພາກັນອອກມາຕ້ອນຮັບ ແລະ ຂໍໃຫ້ພັກເຊົາຢູ່ໃນຕົວເມືອງນັ້ນ ເປັນການຊົ່ວຄາວ…ດ້ວຍສັດທາອັນເຫລື້ອມໃສຢ່າງແຮງກ້າຂອງຊາວເມືອງ, ພະຍາເມືອງວຽງຄຳ (ຫລື ພະຍາ ເອກ) ກໍ່ມີຄວາມໂສມະນັດຍິ່ງຫນັກຈຶ່ງເຂົ້າຖວາຍອ້ອນວອນຂໍນິມົນເອົາ “ພຣະບາງ” ສະທິດໄວ້ທີ່ເມືອງວຽຄຳ ນີ້ກ່ອນເພຶ່ອໃຫ້ໄດ້ອຸປະຖາກຮັກສາ ແລະ ສັກກະລະບູຊານົບໄຫ້ວເປັນສີລິຄ້ຳຄູນແກ່ຊາວເມືອງ. ພຣະມະຫາ ປາສະມັນຂືນຄຳອ້ອນວອນບໍ່ໄດ້ກໍ່ຍິນດີຕົກລົງມອບ “ພຣະບາງ” ໃຫ້ພະຍາເມືອງວຽງຄຳໄວ້ສັກກະລະຕາມ ສັດທາ, ແລ້ວສ້າງຫໍຜາສາດ “ພຣະບາງ” ໄວ້ທີ່ນັ້ນ.
    ເມຶ່ອຄະນະສະມະທູດໄດ້ເດີນທາງມາເຖິງນະຄອນຊຽງທອງແລ້ວກໍ່ໄດ້ໄປພັກຢູ່ພູມິງເມືອງ, ພະຍາຟ້າງຸ່ມ ແລະ ອັກຄະລະມະເຫສີ ພ້ອມດ້ວຍເສນາມົນຕີ ເຖົ້າແກ່ບາວສາວ ຊາວຊຽງທອງພ້ອມພາກັນ ຈັດພິທີຕ້ອນຮັບ ດ້ວຍການທຳຄູລາບາສີສູ່ຂັວນ, ພ້ອມກັນນັ້ນພະຍາຟ້າງຸ່ມກໍ່ໄດ້ປະກາດຕົນ ເປັນພຸດທະມາມະກະ ແລະ ເປັນຣາ ຊະອຸປະຖຳຄ້ຳຊູພຸດທະສາສະຫນາຕໍ່ຫນ້າພຣະສົງ ແລະ ປະຊາຊົນທັງຫລາຍ, ຫລັງຈາກນັ້ນພະຍາຟ້າງຸ່ມກໍ່ໄດ້ ສ້າງວັດຖວາຍແດ່ພຣະອາຈານມະຫາປາສະມັນຢູ່ເຫມືອປາກຫ້ວຍໂຮບຊື່ວ່າ: ວັດປ່າສະມັນ ສ່ວນຕົ້ນໂພລັງກາ ໄດ້ປູກໄວ້ແຄມຫນອງຜາສາດ, ຫນ້າວັດແກ້ວເຫນືອວັດປ່າສະມັນ.
    ຕົ້ນໂພນີ້ມີອາຍຸຢືນເຖິງ 540 ປີ, ຄືມາຮອດ ປີ ພສ 2442, ຄສ 1899ຈຶ່ງໄດ້ຖືກລົມພັດລົ້ມ, ນິ້ຖືວ່າເປັນບ່ອນທຳອິດຂອງພຣະພຸດທະສາສະຫນາ ລັດທິລັງ ກາວົງ ຖືກອັງເຊີນຂື້ນເມືອປະດິດສະຖານຢູ່ນະຄອນຊຽງທອງເປັນຄັ້ງທຳອິດ. ອິງຕາມພົງສາວະດານລາວກ່າວໄວ້ວ່າ: ສົມເດັດພະເຈົ້າ ວິຊຸນນະລາດເປັນພະຣາຊະໂອລົດອົງທີ່ 5 ຂອງເຈົ້າ ໄຊຍະຈັກກະພັດແຜ່ນແຜັ້ວ, ເມຶ່ອພະອົງຫຍັງບໍ່ທັນໄດ້ຂື້ນຄອງລາດເປັນເຈົ້າຊີວິດນັ້ນ, ພະຣາຊາບິດາ (ພໍ່) ໄດ້ ສົ່ງມາເປັນເຈົ້າເມືອງວຽງຄຳ, ພະອົງເອົາໃຈໃສ່ອຸປະຖາກບົວລະບັດຮັກສາ ແລະ ສັກກະລະບູຊາ “ພຣະບາງ” ຢູ່ເມືອງວຽງຄຳບໍ່ໄດ້ຂາດ…ຖືໄດ້ວ່າພະອົງເປັນກະສັດທີ່ໄດ້ເອົາໃຈໃສ່ຖະນຸບຳລຸງ ແລະ ໃຫ້ການອຸປະຖຳຄ້ຳຊູ ຕໍ່ພະພຸດທະສາສະຫນາເປັນຍິ່ງຫນັກ, ເພຶ່ອຈັກໃຫ້ມີຄວາມຈະເລີນຮຸ່ງເຮືອງຂື້ນເປັນລຳດັບ ແລະ ເປັນສິ່ງຄ້ຳຄູນ ແກ່ຊາວພຸດທັງຫລາຍ. ເມຶ່ອສົມເດັດພະເຈົ້າວິຊຸນນະລາດ ໄດ້ຂື້ນຄອງສະສົມບັດ ເປັນເຈົ້າກະສັດປົກຄອງແຜ່ນດິນ ແຫ່ງອານາ ຈັກລ້ານຊ້າງອົງທີ່ 15 (ນັບແຕ່ເຈົ້າຟ້າງຸ່ມ) ໃນນະຄອນຊຽງທອງໄດ້ 1 ປີ ນັ້ນແລ້ວ, ຄືມາຮອດປີ ຄສ 1502, ພສ 2045 ພະອົງໄດ້ຈັດແຈງແຕ່ງໃຫ້ເສນາອາມາດພ້ອມດ້ວຍໄພ່ພົນ ຈຳນວນຫນຶ່ງນຳເອົາຣາຊະສານລົງມາ ເຖິງເຈົ້າເມືອງ, ເມືອງວຽງຄຳໃຫ້ເຫັນຄວາມຈຳເປັນໃນການນຳເອົາ “ພຣະບາງ” ຂື້ນໄປໄວ້ຢູ່ນະຄອນຊຽງທອງ.

Комментарии •

  • @bounsyphackdy9548
    @bounsyphackdy9548 14 минут назад

    Wonder day celebrations parades Prabang and beautiful of Lao cultural heritage history and ancient ancestors of the traditional of Laotians celebrating the world watching and greatness archaeology achievements thanks for information 🎉

  • @BadMedizin
    @BadMedizin 15 минут назад

    ❤👍👍👍🙏

  • @ounruensoto3872
    @ounruensoto3872 7 минут назад

    สวัสดีเด้อจ้า

  • @ThavyP
    @ThavyP Час назад

    ຄົນໄປຫລາຍແທ້ໆ

  • @laospeople
    @laospeople  Час назад

    ສະບາຍດີຈາກຫລວງພຣະບາງເດີ້ ພໍ່ແມ່ພີ່ນ້ອງທຸກຄົນ.. ມາຊົມການແຫ່ພຣະບາງນຳກັນເດີ້🙏🙏❤❤

  • @ThavyP
    @ThavyP Час назад

    ຂອບໃຈລູກອີກຄັ້ງທີ່ໄປຖ່າຍເອົາພຣະບາງໃຫ້ເບິ່ງ ແມ່ເກີດມາ ອາຍຸ65ປີແລ້ວ ຫາຊິເຫັນເທື່ອທຳອິດ❤❤

  • @leesinnorai1871
    @leesinnorai1871 Час назад

    ໂຊກດີປີໄໝ່ເດີບ່າວຄຳ !